Best Telecom

ກຳລັງຊອກຫາເພື່ອນຮ່ວມງານ ຝ່າຍຂາຍ

ສະບາຍດີຕອນນີ້ ເບສ ເທເລຄອນ ກຳລັງຊອກຫາເພື່ອນຮ່ວມງານ ຝ່າຍຂາຍ ເພື່ອເຂົ້າມາເປັນສ່ວນໜຶ່ງ ດັ່ງລາຍລະອຽດຕໍ່ໄປນີ້:
ສະຖານທີ່ເຮັດວຽກ: ນະຄອນຫຼວງວຽງຈັນ
 ໜ້າທີຮັບຜິດຊອບຫຼັກ:
• ປະສານສົມທົບກັບພະແນກການຕ່າງໆທີ່ກ່ຽວຂ້ອງທັງພາຍໃນ ແລະ ພາຍນອກ ເພື່ອໃຫ້ສາມາດຮ່ວມມືເພື່ອປິດການຂາຍ.
• ຕິດຕໍ່, ປະສານງານ, ຕິດຕາມ, ນັດພົບເພື່ອສ້າງສາຍສຳພັນກັບກຸ່ມລູກຄ້າເປົ້າໝາຍ.
• ຊອກຫາ ກຸ່ມລູກຄ້າເປົ້າໝາຍ.
• ເຂົ້າຮ່ວມກິດຈະກຳການຂາຍເຊັ່ນ: ງານອີເວັ້ນ, ງານວາງສະແດງສິນຄ້າທີ່ທາງພະແນກຫລືບໍລິສັດໄດ້ຈັດຕັ້ງຂື້ນ.
• ລາຍງານສະພາບການຂາຍ, ຄູ່ແຂ່ງທາງການຕະຫລາດແກ່ຫົວໜ້າສາຍງານ.
 ຄວາມຮູ້, ຄວາມສາມາດ ແລະ ປະສົບການ:
• ມີທັກສະດ້ານການສື່ສານພາສາລາວ ແລະ ອັງກິດ (ຈະພິຈາລະນາເປັນພິເສດ) ໃນທາງດ້ານວາຈາ ແລະ ການຂຽນເປັນຢ່າງດີ.
• ຮູ້ການນຳໃຊ້ຄອມພີວເຕີ້ໄດ້ລະດັບດີ ເພື່ອຮຽນຮູ້ການນຳໃຊ້ລະບົບການຂາຍຂອງພະແນກ.
• ມີຄວາມລະອຽດສູງ, ມີສະມາທິ ແລະ ຄວາມກະຕືລືລົ້ນ.
• ຕ້ອງມີທັກສະການບໍລິການລູກຄ້າທີ່ໂດດເດັ່ນ.
• ມີຄວາມມັກ ແລະ ຮັກໃນການຂາຍ ແລະ ກ້າທີ່ຈະເຂົ້າພົບ ແລະ ເຈລະຈາກັບລູກຄ້າ.
ສາມາດສົ່ງ CV ຜ່ານທາງ ອີເມວ: recruitment@besttelecom.la ຫຼື ໂທສອບຖາມ: 021 844 287.
Click link to apply: https://forms.gle/XoX2Zmxt7vw4MwF9A