Best Telecom

Sales

ສະບາຍດີຕອນນີ້ ເບສ ເທເລຄອມ ກຳລັງຊອກຫາເພື່ອນຮ່ວມງານ ພະນັກຂາຍ ເພື່ອເຂົ້າມາເປັນສ່ວນໜຶ່ງຂອງ ບໍລິສັດ ດັ່ງລາຍລະອຽດຕໍ່ໄປນີ້:

ໜ້າທີຮັບຜິດຊອບຫຼັກ:
• ຊອກຫາລູກຄ້າດ້ວຍການ ເຂົ້າຫາຮ້ານຂາຍໂທລະສັບ ເພື່ອສະເໜີຜະລິດຕະພັນ ໃຫ້ແກ່ຮ້ານຄ້າ.
• ສະເໜີໂປຣໂມຊັ່ນ ຫຼື ຜະລິດຕະພັນ ຂອງບໍລິສັດໃຫ້ແກ່ຮ້ານຕົວແທນຈໍາໜ່າຍ.
• ຕິດຕໍ່, ປະສານງານ ແລະ ຮັກສາສາຍສໍາພັນທີ່ດີກັບຮ້ານຄ້າຕົວແທນຈໍາໜ່າຍ.
• ຈັດການເຝິກອົບຮົມກ່ຽວກັບຜະລິດຕະພັນ ໃຫ້ແກ່ຮ້ານຕົວແທນຈໍາໜ່າຍ.
• ພັດທະນາ ແລະ ຊອກຫາຊ່ອງທາງການຂາຍ ຊ່ວຍຮ້ານຄ້າ.
• ເຮັດບົດລາຍງານປະຈໍາວັນ, ອາທິດ, ເດືອນ ເພື່ອລາຍງານຫົວໜ້າສາຍງານ;
• ບັນລຸເປົ້າຕາມການກໍານົດ ຂອງຫົວໜ້າສາຍງານ ຫຼື ບໍລິສັດ.
ຄຸນສົມບັດ:
• ມີຄວາມມັກ ແລະ ຮັກໃນການຂາຍ ແລະ ກ້າທີ່ຈະເຂົ້າພົບ ແລະ ເຈລະຈາກັບລູກຄ້າ.
• ມີຄວາມກະຕືລືລົ້ນ, ດຸໝັ່ນ, ລະອຽດຮອບຄອບ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ເປັນຢ່າງດີ.
• ສາມາດນໍາໃຊ້ Microsoft office ເຊັ່ນ excel ແລະ word ຂັ້ນພື້ນຖານ.
• ມີປະສົບການທາງດ້ານການຕະຫຼາດ ແລະ ການຂາຍ ແມ່ນພິຈາລະນາເປັນພິເສດ.

ສາມາດສົ່ງ CV ຜ່ານທາງ ອີເມວ: recruitment@besttelecom.la ຫຼື ໂທສອບຖາມ: 021 844 287.