Best Telecom

ກ່ຽວກັບ Best Telecom

Background History of Best Telecom

ບໍລິສັດ ບໍລິສັດ ບີເອສເຄ ລົງທຶນ ແລະ ບໍລິການຈຳກັດຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ AIF, ໄດ້ຮ່ວມມືກັບບໍລິສັດລັດສະກາຍໂທລະຄົມ ເພື່ອເປີດບໍລິສັດເບສ ເທເລຄອມ ຈຳກັດ ເພື່ອໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວ.

ບໍລິສັດເບສ ໂທລະຄົມ ມີທ່າແຮງອັນສໍາຄັນ ທີ່ມີຄວາມອາດສາມາດ ກາຍເປັນຜູ້ນຳໜ້າ ໃນການໃຫ້ບໍລິການທາງດ້ານໂທລະຄົມ ມະນາຄົມ ເປັນຕົ້ນແມ່ນ ການບໍລິການອິນເຕີເນັດຄວາມໄວສູງ, ການບໍລິການອິນເຕີເນັດໂທລະພາບ ແລະ ໂທລະສັບ ໄປນຳອຸປະກອນດຽວກັນ (Triple-Play) ທີ່ສາມາດຕອບສະໜອງດ້ານຂໍ້ມູນພາບ-ສຽງໃຫ້ແກ່ການນຳພັກ – ລັດ ແລະ ໃຫ້ແກ່ສັງຄົມທົ່ວໄປ.

ໃນປະຈຸບັນ ບໍລິສັດເບສ ໂທລະຄົມ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງສາຍແກ້ວໄຍແສງລະບົບໃຕ້ດິນແລະ ອຸປະກອນເຕັກນິກອັນທັນສະໄໝ ເຂົ້າໃນການບໍລິການເພື່ອຮອງຮັບ ແລະ ຕອບສະ ໜອງຄວາມຕ້ອງການຂອງລູກຄ້າທັງພາກລັດ ແລະ ທົ່ວໄປໃນສັງຄົມ.

ພວກເຮົາມີຄວາມພ້ອມທາງດ້ານບຸກຄະລາກອນ, ຜະລິດຕະພັນ ແລະ ການບໍລິການເຊິ່ງປະກອບມີ: ບໍລິການອິນເຕີເນັດ Fiber, ບໍລິການອິນເຕີເນັດຄວາມໄວສູງໃຊ້ສາຍແກ້ວໄຍແສງ (FTTx), ບໍລິການໂທລະສັບຕັ້ງໂຕະແບບ ຜ່ານເຄືອຂ່າຍ IP (VoIP), ບໍລິການໂທລະພາບຜ່ານເຄືອຂ່າຍ IP (IPTV ), ບໍລິການອິນເຕີເນັດໃຊ້ສາຍໂທລະສັບ.
(ADSL), ບໍລິການອິນເຕີເນັດ WIFI ຄວາມໄວສູງແບບບໍ່ໃຊ້ສາຍ, ບໍລິການສາຍເຊົ່າພາຍໃນປະເທດ (DPLC), ບໍລິການສາຍເຊົ່າລະຫວ່າງປະເທດ ( IPLC ) ,ບໍລິການ Dark Fiber ເຊົ່າ Coreສາຍແກ້ວໄຍແສງ, ສູນຝາກຂໍ້ມູນ ແລະ ຄວາມປອດໄພຂອງຂໍ້ມູນ ( IDC ), ບໍລິການ VISS ກ້ອງວົງຈອນປິດ ແລະ ບໍລິການຄຸ້ມຄອງຄວາມປອດໄພຂອງເຄືອຂ່າຍ.