Best Telecom

ບໍລິການອິນເຕີເນັດໄຟເບີ້

ບໍລິການອິນເຕີເນັດໄຟເບີ້ແມ່ນຫຍັງ? ແມ່ນລະບົບການບໍລິການອິເຕີເນັດແບບສາຍເຊົ່າສະເພາະຜ່ານສາຍໄຍແກ້ວສຳລັບຜູ້ຊົມໃຊ້. ໝູນໃຊ້ເຕັກໂນໂລຊີສື່ສານໂທລະຄົມແບບດີຈິຕອນສະເພາະເຈາະຈົງໃຫ້ຜູ້ຊົມໃຊ້ໜື່ງດຽວຈາກເຄືອຂ່າຍກາງ (Core Network) ຫາຜູ້ຊົມໃຊ້ຜ່ານລະບົບເຄືອຂ່າຍສາຍສົ່ງ ຫຼື ເຄືອຂ່າຍໄອພີ ບໍລິການນີ້ເນັ້ນຄວາມປອດໄພ, ຄວາມສະທຽນໝັ້ນຄົງຂອງສັນຍານ ຈາກຈຸດບໍລິການ ຫາ ບ້ານຜູ້ຊົມໃຊ້. ສາມາດປະຍຸກໃຊ້ຫຼາຍເຕັກໂນໂລຊີຂື້ນກັບມາດຕະຖານຄວາມຕ້ອງການຂອງຜູ້ຊົມໃຊ້, ຄວາມໃຫຍ່ຂອງຊ່ອງສັນຍານບໍ່ຈຳກັດ ແລ້ວແຕ່ຄວາມຕ້ອງການນຳໃຊ້.

ຜູ້ຊົມໃຊ້ຕິດຕັ້ງລະບົບເຕັກໂນໂລຊີນີ້ເຂົ້າບ້ານ ຫຼື ສຳນັກງານແລ້ວ ສາມາດນຳໃຊ້ຊ່ອງສັນຍານດັ່ງກ່າວກັບບໍລິການຫຼາຍຢ່າງເຊັນ: ການນຳໃຊ້ອິນເຕີເນັດທົ່ວໄປ, ສຳລັບລະບົບເວັບໄຊ(Website),ອີເມວ(Email) ຂອງອົງກອນ, ການບໍລິການໄອຊີທີ ແລະ ບໍລິການເສີມອື່ນໆທີມີໃນລະບົບອິນເຕີເນັດໄດ້ຢ່າງສະດວກສະບາຍ.

ນອກຈາກນີ້ ບໍລິສັດລັດ ເບສໂທລະຄົມ ເນັ້ນການກໍ່ສ້າງລະບົບເຄື່ອສາຍໄຍແກ້ວ ທີ່ເປັນເຄືອຂ່າຍຍຸດທະສາດແຫ່ງຊາດແລ້ວຍັງໄດ້ເລັ່ງການກໍ່ສ້າງລະບົບເຄືອຂ່າຍສາຍໄຍແກ້ວຄຸນນະພາບສຳລັບບໍລິການຜູ້ຊົມໃຊ້ໂດຍການສ້າງເສັ້ນທາງຫຼັກຜ່ານລະບົບທໍ່ໃຕ້ດີນໃນຕົວເມືອງໃຫຍ່ສຳຄັນ ສ່ວນເຄືອຂ່າຍກະຈ່າຍບໍລິການຫາບ້ານຜູ້ຊົມໃຊ້ແມ່ນຜ່ານລະບົບສາຍໄຍແກ້ວທາງອາກາດ ເຮັດໃຫ້ການຕິດຕັ້ງບໍລິການຫາຜູ້ຊົມໃຊ້ຕາມບ້ານ ຫ້ອງການ ດ້ວຍໄລຍະທາງໃກ້ ຈະຮັບປະກັນໄດ້ເຖີງຄຸນນະພາບການບໍລິການ ແລະ ປະຍັດເວລາ. ບໍລິການດັ່ງກ່າວນີ້ທ່ານສາມາດສຳພັດໄດ້ ໃນເບື່ອງຕົ້ນໃນນະຄອນຫຼວງວຽງຈັນ ຫຼັງຈາກນັ້ນຈະຂະຫຍາຍຂອບເຂດການໃຫ້ບໍລິການໄປຫາບັນດາເມືອງໃຫຍ່ສຳຄັນທາງດ້ານເສດຖະກິດ ແລະການເມືອງຂອງຊາດໃນທົ່ວປະເທດເທື່ອລະກ້າວຕາມລຳດັບ ຮັບປະກັນໄດ້ແນວທາງນະໂຍບາຍຂອງພັກກ່ຽວກັບການພັດທະນາການບໍລິການໄອຊີທີເປັນປາຍແຫຼມເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດແບບຍືນຍົງ.

  • ອັດຕາຄ່າບໍລິການ
  • ເງືອນໄຂການສະໝັກ

ຕ້ອງດຳລົງຊີວິດໃນສປປ ລາວ ແລະ ຈະດໍາລົງຊິວິດຕໍ່ໄປ, ມີສະຖານທີ່ຢູ ຊັດເຈນຕ້ອງມີລະບົບອຸປະກອນທີ່ຕ້ອງການໃຊ້ບໍລິການນີ້ເຊັ່ນ: ຄອມພີເຕີ, ໂນດບຸກ, ແທັບແລດ, ສະມາດໂຟນ ແລະ ອຸປະກອນທີ່ໃຊ້ອິນເຕີເນັດແບບອື່ນໆ.

ສົນໃຈບໍລິການໂທ 1833 ຫຼື ຝາກຂໍ້ມູນຂອງທ່ານໄວ້