Best Telecom

ບໍລິການສາຍເຊົ່າສາຍສົ່ງພາຍໃນປະເທດແບບພື້ນຖານ DPLC

ສາຍເຊົ່າສາຍສົ່ງພາຍໃນປະເທດແບບພື້ນຖານ DPLC ແມ່ນຫຍັງ? ແມ່ນລະບົບການບໍລິການສາຍເຊົ່າສາຍສົ່ງຜ່ານສາຍໄຍແກ້ວສຳລັບການບໍລິການລະບົບເຄືອຂ່າຍພາຍໃນຂອງຜູ້ຊົມໃຊ້. ໂດຍຜ່ານລະບົບສາຍສົ່ງທີ່ທັນສະໄໝເພື່ອສ້າງວົງຈອນເສັ້ນທາງສະເພາະລະຫວ່າງຈຸດໜຶ່ງຫາອິກຈຸດໜຶ່ງ ຫຼື ລະຫວ່າງຈຸດໜຶ່ງ ຫາຫຼາຍຈຸດໃຫ້ເປັນລະບົບເຄື່ອຂ່າຍພາຍໃນຂອງຜູ້ຊົມໃຊ້.

ການບໍລິການສາຍເຊົ່າລັກສະນະນີ້ ມີຄວາມປອດໄພຂອງລະບົບຂໍ້ມູນຂ່າວສານສູງມີຄວາມສະທຽນໝັ້ນຄົງຂອງສັນຍານສູງ ຮັບປະກັນຄຸນນະພາບການໃຫ້ບໍລິການກັບຜູ້ຊົມໃຊ້

ບໍລິການທີ່ຄ້າຍຄືກັບກັບບໍລິການນີ້ຄື ບໍລິການ IP VPN, MPLS ເປັນບໍລິການສາຍເຊົ່າຄືກັນ ແຕ່ສິ່ງທີ່ແຕກຕ່າງແມ່ນເຕັກນິກການໃຊ້ເພື່ອໃຫ້ບໍລິການ, ການບໍລິການສາຍເຊົ່າແບບຜ່ານ lP VPN, MPLS ແມ່ນ ສັນຍານແລ່ນຜ່ານລະບົບເຄືອຂ່າຍອິນເຕີເນັດ ດ້ານຕົ້ນທາງ ແລະ ປາຍທາງຕ້ອງໄດ້ມີລະບົບອຸປະກອນສະເພາະ ເພື່ອດັດແປງສັນຍານໃຫ້ກາຍເປັນວົງຈອນສະເພາະ ລະຫວ່າງຕົ້ນທາງ ແລະ ປາຍທາງປະຈຸບັນມີຄວາມລາກຫລາຍໃນການປະຍຸກໃຊ້ການບໍລິການນີ້ ເພື່ອເຮັດໃຫ້ຕົ້ນທຶນຂອງຜູ້ຊົມໃຊ້ນັ້ນຖືກລົງຖ້າທຽບກັບບໍລິການຂ້າງເທີງ ແຕ່ມັນຍັງຂາດກ່ຽວກັບຄວາມເຊື່ອໝັ້ນດ້ານຄວາມປອດໄພຂອງຂໍ້ມູນຂ່າວສານ ບໍລິການ

ນີ້ເໝາະສຳລັບຜູ້ຊົມໃຊ້ ທີ່ຕ້ອງການເຊື່ອມຕໍ່ຖານຂໍ້ມູນຂອງຕົນລະຫວ່າງ ສຳນັກງານໃຫຍ່ ແລະ ສາຂາ,ສູນບໍລິການ, ຫ້ອງການຂາຍ ແລະ ຕົວແທນຈໍາໜ່າຍຂອງຕົນ ທີ່ມີຫ້ອງການແຍກອອກຈາກກັນ.

ນອກຈາກນັ້ນຍັງເໝາະສຳລັບການສ້າງເປັນລະບົບກ້ອງວົງຈອນປິດ (CCTV) ແລະ ລະບົບຄວາມປອດໄພອື່ນໆນອກຈາກນີ້ ບໍລິສັດເບສໂທລະຄົມ ເນັ້ນການກໍ່ສ້າງລະບົບເຄືອຂ່າຍສາຍໄຍແກ້ວທີ່ເປັນເຄືອຂ່າຍຍຸດທະສາດແຫ່ງຊາດແລ້ວຍັງໄດ້ເລັ່ງການກໍ່ສ້າງລະບົບເຄືອຂ່າຍສາຍໄຍແກ້ວຄຸນນະພາບສຳລັບບໍລິການຜູ້ຊົມໃຊ້ໂດຍການສ້າງເສັ້ນທາງຫຼັກຜ່ານລະບົບທໍ່ໃຕ້ດີນໃນຕົວເມືອງໃຫຍ່ສຳຄັນສ່ວນເຄືອຂ່າຍກະຈາຍບໍລິການຫາບ້ານຜູ້ຊົມໃຊ້ແມ່ນຜ່ານລະບົບສາຍໄຍແກ້ວທາງອາກາດເຮັດໃຫ້ການຕິດຕັ້ງບໍລິການຫາຜູ້ຊົມໃຊ້ຕາມບ້ານ ຫ້ອງການ ດ້ວຍໄລຍະທາງໃກ້ຈະຮັບປະກັນໄດ້ເຖີງຄຸນນະພາບການບໍລິການ ແລະ ປະຍັດເວລາ.

ບໍລິການດັ່ງກ່າວນີ້ ຜູ້ຊົມໃຊ້ສາມາດສະໝັກໃຊ້ບໍລິການໄດ້ ໃນຂອບເຂດເທດສະບານແຂວງ,ບັນດາເມືອງໃຫຍ່ສຳຄັນທາງດ້ານເສດຖະກິດ ແລະ ການເມືອງຂອງຊາດໃນທົ່ວປະເທດຮັບປະກັນໄດ້ຄວາມຕ້ອງການຂອງຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ຕາມແນວທາງນະໂຍບາຍຂອງພັກກ່ຽວກັບການພັດທະນາການບໍລິການໄອຊີທີເປັນປາຍແຫຼມ ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດແບບຍືນຍົງ.

  • ອັດຕາຄ່າບໍລິການ
  • ເງືອນໄຂການສະໝັກ

ຕ້ອງດຳລົງຊີວິດໃນ ສປປ ລາວ ແລະ ຈະດໍາລົງຊິວິດຕໍ່ໄປ, ມີສະຖານທີ່ຢູຊັດເຈນຕ້ອງມີລະບົບອຸປະກອນທີ່ຕ້ອງການໃຊ້ບໍລິການນີ້ເຊັ່ນ: ຄອມພີວເຕີ, ໂນດບຸກ, ແທັບແລດ, ສະມາດໂຟນແລະ ອຸປະກອນທີ່ໃຊ້ອິນເຕີເນັດແບບອື່ນໆ.

  • 76 ສູນບໍລິການ
  • 17 ສາຂາ
  • ບໍລິການຕະຫຼອດ 24 ຊົ່ວໂມງ ທັງ 17ສາຂາ ແລະ 76 ສູນບໍລິການ

ສົນໃຈບໍລິການໂທ 1833