Best Telecom

ບໍລິການອິນເຕີເນັດ FTTX

ບໍລິການອິນເຕີເນັດ FTTX

FTTX ແມ່ນຫຍັງ? ແມ່ນລະບົບການບໍລິການສື່ສານທີ່ທັນສະໄໝຜ່ານສາຍໄຍແກ້ວ ສຳລັບຜູ້ຊົມໃຊ້ ເປັນບໍລິການໄອຊີທີ ທີ່ລໍ້າຍຸກດ້ວຍເຕັກໂນໂລຊີ ຈີພັອນ (GPON-Gigabit Passive Optical Network) ບວກກັບເຄືອຂ່າຍສາຍໄຍແກ້ວອອກແບບມາຮອງຮັບເຕັກໂນໂລຊີ ທີ່ມີມາດຕະຖານສູງ ແລະ ສາມາດຮອງຮັບຄວາມຕ້ອງການນຳໃຊ້ຊ່ອງສັນຍານໄອຊິທີໄດ້ຢ່າງມີອິດສະຫຼະຍ້ອນວ່າເຕັກໂນໂລຊີທີ່ນຳມາຕິດຕັ້ງບໍລິການກັບຜູ້ຊົມໃຊ້ ມີຄວາມໄວສູງເຖີງ 1000 ເມກາບິດຕໍ່ວິນາທີ (Mbps) ໝາຍຄວາມວ່າໄວກ່ວາຄວາມໄວໃນລະບົບມືຖື 4G ປະມານ 20ເທົ່າ, ຜູ້ຊົມໃຊ້ຕິດຕັ້ງລະບົບເຕັກໂນໂລຊີນີ້ເຂົ້າບ້ານແລ້ວ ສາມາດໝູນໃຊ້ຊ່ອງສັນຍານດັ່ງກ່າວ ກັບບໍລິການໄອທີອື່ນໆທີ່ແລ່ນເທິງລະບົບອິນເຕີເນັດໄດ້ຢ່າງສະດວກເຊັນ: ລະບົບໂທລະທັດທັນສະ ໄໝໄອພີທີວີທີ່ມີຄວາມເຂັ້ມ HDTV, 4KTV ແລະ ບໍລິການເສີມອື່ນທີມີໃນລະບົບອິນເຕີເນັດເຊັນ:ການຄ້າເອເລັກໂຕຼນິກ(e-commence) ການບໍລິຫານເອກະສານຫ້ອງການ (e-office), ການຊຳລະຜ່ານລະບົບເອເລັກໂຕຼນິກ (e-payment), ການບໍລິການຄວາມປອດໄພດ້ວຍລະບົບກ້ອງວົງຈອນປິດ (CCTV), ການບໍລິການປະຊຸມທາງໄກ, ການບໍລິການອິນເຕີເນັດສຳລັບທຸກສິ່ງ (Internet of Every things) ແລະ ບໍລິການໄອຊີທີ່ອື່ນໆ.

ນອກຈາກນີ້ ບໍລິສັດລັດ ເບສໂທລະຄົມ ເນັ້ນການກໍ່ສ້າງລະບົບເຄືອສາຍໄຍແກ້ວ ທີ່ເປັນເຄືອຂ່າຍຍຸດທະສາດແຫ່ງຊາດແລ້ວຍັງໄດ້ເລັ່ງການກໍ່ສ້າງລະບົບເຄືອຂ່າຍສາຍໄຍແກ້ວຄຸນນະພາບສຳລັບບໍລິການຜູ້ຊົມໃຊ້ໂດຍການສ້າງເສັ້ນທາງຫຼັກຜ່ານລະບົບທໍ່ໃຕ້ດິນໃນຕົວເມືອງໃຫຍ່ສຳຄັນສ່ວນເຄືອຂ່າຍກະຈ່າຍບໍລິການຫາບ້ານຜູ້ຊົມໃຊ້ແມ່ນຜ່ານລະບົບສາຍໄຍແກ້ວທາງອາກາດເຮັດໃຫ້ການຕິດຕັ້ງບໍລິການຫາຜູ້ຊົມໃຊ້ຕາມບ້ານ ຫ້ອງການ ດ້ວຍໄລຍະທາງໃກ້ຈະຮັບປະກັນໄດ້ເຖີງຄຸນນະພາບການບໍລິການ ແລະ ປະຍັດເວລາ.

ບໍລິການດັ່ງກ່າວນີ້ ທ່ານສາມາດສຳພັດໄດ້ໃນເບື້ອງຕົ້ນໃນນະຄອນຫຼວງວຽງຈັນ ຫຼັງຈາກນັ້ນຈະຂະຫຍາຍຂອບເຂດການໃຫ້ບໍລິການໄປຫາບັນດາເມືອງໃຫຍ່ສຳຄັນທາງດ້ານເສດຖະກິດ ແລະ ການເມືອງຂອງຊາດ ໃນທົ່ວປະເທດ ເທື່ອລະກ້າວ ຕາມລຳດັບ ຮັບປະກັນໄດ້ແນວທາງນະໂຍບາຍຂອງພັກ ກ່ຽວກັບການພັດທະນາການບໍລິການໄອຊີທີ ເປັນປາຍແຫຼມເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດແບບຍືນຍົງ.

  • ອັດຕາຄ່າບໍລິການ
  • ເງືອນໄຂການສະໝັກ

ຕ້ອງດຳລົງຊີວິດໃນສປປ ລາວ ແລະ ມີສະຖານທີ່ຢູ່ຊັດເຈນຕ້ອງມີລະບົບອຸປະກອນທີ່ຕ້ອງການໃຊ້ບໍລິການນີ້ເຊັ່ນ: ຄອມພິວເຕີ, ໂນດບຸກ, ແທັບແລດ, ສະມາດໂຟນ ແລະ ອຸປະກອນທີ່ໃຊ້ອິນເຕີເນັດແບບອື່ນໆ.

ສົນໃຈບໍລິການໂທ 1833 ຫຼື ຝາກຂໍ້ມູນຂອງທ່ານໄວ້.