Best Telecom

ແພັກເກດລາຍເດືອນ

ເບີມືຖືແບບລາຍເດືອນຈາກເບສ

ເບສ ເທເລຄອມ ໃຫ້ບໍລິການມືຖືແບບລາຍເດືອນທີ່ດີທີ່ສຸດສຳລັບຕະຫຼາດຂອງ ສປປ ລາວ. ດ້ວຍເຄືອຂ່າຍຂອງເຮົາ ທ່ານສາມາດໃຊ້ບໍລິການໂທດ້ວຍສຽງ, ສົ່ງຂໍ້ຄວາມສັ້ນ ແລະ ໃຊ້ອິນເຕີເນັດເທິງມືຖືເຖິງ 4G ຜ່ານເຄືອຂ່າຍທີ່ຄອບຄຸມແຕ່ເໜືອເຖິງໃຕ້ຂອງລາວ.

ເຮົາມີແພັກເກັດດີໆມາສະເໜີໃຫ້ທ່ານດັ່ງນີ້:

  • ແພັກເກັດສຳລັບ ນັກຮຽນ, ລັດຖະກອນ, ທະຫານ ແລະ ຕຳຫຼວດ - ຄ່າເຊົ່າລາຍເດືອນພຽງ 10.000 ກີບ ແຕ່ຈະໄດ້ຮັບອິນເຕີເນັດຟຣີເຖິງ 2.000 MB (2 GB) *
  • ແພັກເກັດ ປະຢັດ - ຄ່າເຊົ່າພຽງ 15.000 ກີບຕໍ່ເດືອນ ໄດ້ເນັດເຖິງ 3.000 MB (3 GB)
  • Entry – 50.000 Kip and get free internet (data) of 15.000 MB (15 GB)
  • ແພັກເກດຜູ້ຈັດການ: ຄ່າເຊົ່າລາຍເດືອນ 100.000 ກີບ ຮັບອິນເຕີເນັດຟຣີເຖິງ 30.000 MB (30 GB).
  • ແພັກເກດຜູ້ບໍລິຫານ: ຄ່າເຊົ່າລາຍເດືອນ 150.000 ກີບແຕ່ຈະໄດ້ຮັບອິນເຕີເນັດຟຣີເຖິງ 65.000 MB (65 GB).

ຄ່າໂທແມ່ນພຽງແຕ່ 300 ກີບຕໍ່ນາທີ ແລະ ສົ່ງຂໍ້ຄວາມສັ້ນພາຍໃນເຄືອຂ່າຍແມ່ນພຽງ 100 ກີບຕໍ່ຄັ້ງ ແລະ ສົ່ງຫາເຄືອຂ່າຍອື່ນແມ່ນ 200 ກີບຕໍ່ຄັ້ງ.

* ແພັກເກັດສຳລັບນັກຮຽນ ຕ້ອງມີການສະແດງບັດນັກຮຽນນັກສຶກສາທີ່ອອກໃຫ້ໂດຍໂຮງຮຽນ, ວິທະຍາໄລ ຫຼື ມະຫາວິທະຍາໄລ.

* ແພັກເກດລັດຖະກອນ, ທະຫານ ແລະ ຕຳຫຼວດ ຈະຕ້ອງມີບັດພະນັກງານ ຫຼືໃບຢັ້ງຢືນຈາກອົງການຈັດຕັ້ງ.

ວິທີການເລີ່ມໃຊ້ ເບສ ໂມບາຍ:

  • ທ່ານຈະຕ້ອງໄດ້ຕັ້ງຄ່າເປີດໃຊ້ "Data Roaming"
  • ທ່ານຈະຕ້ອງສ້າງ APN ພາຍໃຕ້ການຕັ້ງຄ່າອິນເຕີເນັດ
    • ຊື່: Best
    • ໃສ່ຄ່າ APN ເປັນ: best
    • ຈາກນັ້ນ ເລືອກເອົາ APN ທີ່ທ່ານຕັ້ງໄວ້ເພື່ອເລີ່ມໃຊ້ງານ
  • ຫາກອິນເຕີເນັດຂອງທ່ານບໍ່ສະຖຽນ, ທ່ານສາມາດປັບການຕັ້ງຄ່າເຄືອຂ່າຍອິນເຕີເນັດໃຫ້ເປັນແບບ 3G ຫຼື 5G (ອັດຕະໂນມັດ) ຈົນກວ່າຈະມີການແຈ້ງການຈາກ ເບສ ເທເລຄອມ.