Best Telecom

ບໍລິສັດ ເບສ ເທເລຄອມ ໄດ້ນຳເອົາເງິນ ຈຳນວນ 12 ຕື້ກີບ ມາມອບໃຫ້ ແກ່ຄະນະນຳກະຊວງປ້ອງກັນປະເທດ

ພິທີມອບ-ຮັບໄດ້ຈັດຂຶ້ນ ໃນວັນທີ 29 ທັນວາ 2021 ນີ້ຢູ່ທີ່ກະຊວງປ້ອງກັນປະເທດ, ໂດຍການກ່າວມອບຂອງ ທ່ານ ປອ ລິດທິກອນ ພູມມະສັກ ປະທານສະພາຜູ້ບໍລິຫານ ບໍລິສັດ ເບສ ເທເລຄອມ ແລະ ກ່າວຮັບ ຂອງ ສະຫາຍ ພົນເອກ ຈັນສະ
ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ, ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ທ່ານປະທານສະພາບໍລິ ຫານບໍລິສັດ ເບສ ເທເລຄອມ ກ່າວວ່າ: ການມອບເງິນໃຫ້ແກ່ ກະຊວງປ້ອງກັນປະເທດໃນຄັ້ງນີ້ ເປັນການປະກອບສ່ວນພັນທະ ປັນຜົນ ເພາະວ່າກະຊວງປ້ອງກັນປະເທດເປັນຜູ້ຖືຫຸ້ນສຳຄັນໃນການດຳເນີິນທຸລະກິດຂອງບໍລິສັດ, ທັງເປັນການປະກອບສ່ວນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດໄດ້ນຳໃຊ້ເຂົ້າໃນການພັດທະນາ ແລະ ປັບປຸງກົມກອງທະຫານ
ໃຫ້ແໜ້ນໜາຖາວອນ.ບໍລິສັດ ເບສ ເປັນຜູ້ໃຫ້ບໍລິການດ້ານໂທລະຄົມການສື່ສານມືຖື ທັງພາຍໃນ ແລະ ຕ່າງປະເທດ, ເປັນຄູ່ຮ່ວມທຸລະກິດກັບກະຊວງປ້ອງກັນປະເທດ ໃຫ້ບໍລິການເບີມືຖື ຫຼັກ 8, ບໍລິການ ສາຍເຊົ່າເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ຄື: ສປ ຈີນ, ສສ ຫວຽດນາມ, ໄທ ແລະ ບໍລິການອິນເຕີເນັດຄວາມໄວສູງ ແລະ ບໍລິການ
ເສີມດາຕ້າເຊັນເຕີ ແລະ Cloud,Tick-tock, App ແລະ ຊຳລະຄ່າບໍລິການຕ່າງໆ ຜ່ານລະບົບທະນາຄານ. ໂອກາດນີ້, ສະຫາຍ ພັນເອກຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍ້ອງຍໍທີ່ທາງ ບໍລິສັດ ໄດ້ມີຄວາມຕື່ນຕົວຫ້າວຫັນປະກອບສ່ວນປະຕິບັດຕາມພັນທະຂອງຕົນ ແລະ ອວຍພອນໃຫ້ບໍລິສັດ ປະສົບຜົນສຳເລັດໃນການດຳເນີນທຸລະກິດ.
ຕາງໜ້າກະຊວງປ້ອງກັນປະເທດ ຂຶ້ນຮັບເງິນດັ່ງກ່າວໂດຍ ສະຫາຍ ພົນຕີ ວົງຄຳ ພົມມະກອນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ.