Best Telecom

  • ທ່ານສາມາດເລີ່ມຈອງເບີງາມຂອງທ່ານຈາກເວັບໄຊນີ້ຕັ້ງແຕ່ເວລາ 8:08 ແລງຂອງວັນທີ 8/8/2021 ເປັນຕົ້ນໄປ. ທາງພະນັກງານຂາຍຈະຕິດຕໍ່ຫາທ່ານເພື່ອຊຳລະເງິນ ແລະ ຮັບສົ່ງຊິມ.
  • ເພື່ອຊອກເບີໂທຂອງທ່ານ, ພຽງພິມຕົວເລກ ຫຼືຊຸດຕົວເລກທີ່ຕ້ອງການໃສ່ຊ່ອງ ຄົ້ນຫາເບີ ແລະ ເມື່ອພົບເບີທີ່ຕ້ອງການ ກໍ່ສາມາດກົດຊື້ໄດ້. ກະລຸນາໂທ 1833 ເພື່ອສອບຖາມຂໍ້ມູນເພີ່ມເຕີມ.
  • ທ່ານຕ້ອງໄດ້ຈ່າຍຄ່າມັດຈຳ 30% ຂອງມູນຄ່າ ພາຍໃນ 3 ວັນຫຼັງຈາກທີ່ພະນັກງານຂອງເຮົາຕິດຕໍ່ຫາ.
  • ເມື່ອຊື້ເບີແລ້ວ ທ່ານບໍ່ສາມາດຮຽກຮ້ອງເງິນຄືນໄດ້. ກະລຸນາ ອ່ານເງື່ອນໄຂດ້ານລຸ່ມໃຫ້ລະອຽດກ່ອນການຊື້ແຕ່ລະຄັ້ງ.
  • ພວກເຮົາກຳລັງອັບໂຫຼດເບີເຂົ້າເພີ່ມເຕີມທຸກໆວັນ, ກະລຸນາຊອກເບີຂອງທ່ານທຸກວັນຈົນກວ່າເຮົາຈະແຈ້ງໃຫ້ຊາບໃນໜ້ານີ້.
  • ເຮົາຈະເລີ່ມຄິດໄລ່ຄ່າບໍລິການແຕ່ວັນທີ 1 ຕຸລາ 2021 ເປັນຕົ້ນໄປ. ສຳລັບຂໍ້ມູນເພີ່ມເຕີມ ກະລຸນາອ່ານຂໍ້ມູນທີ່ໜ້າ ແພັກເກັດລາຍເດືອນ. Postpaid package page.
ເງື່ອນໄຂ:
  • ທ່ານຈະສາມາດຮັບເອົາຊິມປະມານວັນທີ 1/9/2021, ໂດຍພະນັກງານຂອງເຮົາຈະຕິດຕໍ່ຫາທ່ານເພື່ອມາຮັບ ຫຼືສົ່ງຊິມໃຫ້ທ່ານ.
  • ຊິມຫຼືເບີແມ່ນສາມາດນຳໃຊ້ໄດ້ທົ່ວປະເທດ ໂດຍເຮົາມີເຄືອຂ່າຍຄອບຄຸມແຕ່ເໜືອເຖິງໃຕ້.
  • ຊິມແມ່ນຈະເປັນບໍລິການ ເບີແບບລາຍເດືອນເທົ່ານັ້ນ.
  • ບໍລິການຂອງເຮົາລວມມີ ການໂທດ້ວຍສຽງ, ສົ່ງຂໍ້ຄວາມສັ້ນ ແລະ ອິນເຕີເນັດເຖິງ 4G.